ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ສະເຫຼີມສະຫຼອງ 70 ປີ​ວັນ​ສ້າງຕັ້ງ​ຂະແໜງ​ຮູບເງົາ​ປະຕິວັດ


  ສຳນັກ​ຂ່າວ​ຫວຽດນາມ​ນິວ​ລາຍ​ງານ​ວັນ​ທີ 17 ມີນານີ້​ວ່າ: ຫວຽດນາມ​ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ 70 ປີ​ວັນ​ປະທານ​ໂຮ່​ຈີ​ມິນ ເຊັນ​ລັດ​ຖະ​ບັນຍັດ​ສ້າງ ຕັ້ງ​ຂະແໜງ​ຮູບເງົາ​ປະຕິວັດ​ຫວຽດນາມ (15-3-1953/15-3-2023) ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ຫງວ​​ຽນ​ຈ້ອງ​ເຫງ້ຍ ເລຂາທິການ​ສູນ​ກາງ​ພັກ ຫົວ ໜ້າ​ຄະນະ​ໂຄສະນາ​ສຶກ​ສາ​ສູນ​ກາງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ທ່ານ ຫງວ​​ຽນ​ຈ້ອງ​ເຫງ້ຍ ໄດ້​ຊົມເຊີຍ​ຖັນ​ແຖວ​ນັກ​ສິລະ​ປິນ, ບັນດາ​ຜູ້​ທີ່​ເຮັດ​ ວຽກ​ໃນ​ຂະແໜງ​ຮູບເງົາ​ທົ່ວ​ປະເທດ, ຍ້ອງຍໍ​ຊົມເຊີຍ​ບັນດາ​ຜົນງານ​ຂອງ​ການ​ປະຕິວັດ​ຫວຽດນາມ ທີ່​ບັນລຸ​ໄດ້​ໃນ 70 ປີຜ່ານມາ. ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້ ເພື່ອ​ສືບຕໍ່​ປະກອບສ່ວນ​ພັດທະນາ​ພາລະກິດ​ຮູບເງົາ​ຕາມເຈດ​ຕະ​ນາ​ລົມ​ຂອງ ທ່ານປະທານ ​ໂຮ່​ຈີມິນ ບົນ​ຈິດໃຈ​ເຊື່ອມ​ຊຶມ​ແນວທາງ​ວັດທະນະທຳ-ສິລະ​ປະ​ ຂອງ​ພັກ, ຂະແໜງ​ຮູບເງົາ​ຄວນ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ, ຍູ້​ແຮງ​ວຽກ​ງານ​ຄຸ້ມ​ຄອງ​ລັດ ກໍ​ຄື​ວຽກ​ງານ​ສະມາຄົມ, ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫົວ ຄິດ​ປະດິດ​ສ້າງ, ຈິດໃຈ​ຮັບຜິດຊອບ​ຂອງ​ພະນັກງານ, ສະມາຊິກ​ສະມາຄົມ. ໃນຕໍ່ໜ້າ​ນີ້, ສະມາຄົມ​ຮູບເງົາ​ຫວຽດນາມ ຄວນ​ປະຕິບັດ​ບົດບາດ​ໄຈ້​ແຍກ​ຕີ​ລາ ຄາ​ສັງຄົມ, ສະເໜີ​ຄວາມ​ເຫັນ​ກັບ​ອົງການ​ຄຸ້ມ​ຄອງ​ເພື່ອ​ສືບຕໍ່​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້​ຫຍຸ້ງຍາກ​ຂອງ​ຂະແໜງ​ຮູບເງົາ. ກະຊວງ​ວັດທະນະທຳ, ກິລາ ແລະ​ ທ່ອງ​ທ່ຽວສືບຕໍ່​ຫັນ​ບັນດາ​ມະຕິ​ຂອງ​ພັກ​ກ່ຽວ​ກັບ​ວັດທະນະທຳ, ວັນນະ​ຄະນະ​ດີ-ສິລະ​ປະ​ເປັນ​ກົດ​ບັນ​ຍັດ, ຜັນ​ຂະຫຍາຍ​ການ​ປະຕິບັດ​ກົດໝາຍ​ວ່າ​ ດ້ວຍ​ຮູບເງົາ, ປະຕິບັດ​ຍຸດ​ທະ​ສາດ​ວາງ​ແຜນ​ກຳນົດ​ເປັນ​ຢ່າງ​ດີ ແລະ​ ພັດທະນາ​ຮູບເງົາ ເພື່ອ​ແນໃສ່​ສ້າງສາ, ພັດທະນາ​ພື້ນຖານ​ອຸດສາຫະກຳ​ຮູບເງົາ​ຫວຽດ ນາມ ຕາມ​ທິດ​ທັນ​ສະໄໝ, ຮັບປະກັນ​ສີສັນ​ຂອງ​ຊາດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ກ່ຽວ​ກັນ​ຊີວິດ​ທາງ​ວັດທະນະທຳ, ຈິດໃຈ​ຂອງ​ປະຊາຊົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/03/2023